ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ

ເຊັນສັນຍາຮ່ວມມືຈຳໜ່າຍຜະລິດຕະພັນຂອງບໍລິສັດ ເບຍລາວ ຢູ່ສູນການຄ້າລາວ-ໄອເຕັກ
ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ເຊັນສັນຍາຮ່ວມມືທາງຍຸດທະສາດ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການກະຈາຍສິນຄ້າ ແລະ ຍົກລະດັບປະສົບການຂອງຜູ້ບໍລິໂພກ ຜ່ານຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງ ໃນຮູບແບບການຮ່ວມມື ໄລຍະຍາວ

 

ລະຫວ່າງສອງບໍລິສັດຜູ້ນຳລະດັບປະເທດ ຊຶ່ງພິທີລົງນາມໄດ້ຈັດຂຶ້ນໃນວັນທີ 23 ເມສາ ນີ້ຢູ່ສຳນັກງານໃຫຍ່ ບໍລິສັດ ເບຍລາວ ຈຳກັດ ໂດຍການຮ່ວມລົງນາມລະຫວ່າງ ທ່ານ ເຮນຣິກ ຈູລ ແອນເດີແຊນ (Henrik Juel Andersen)ຜູ້ອຳນວຍການໃຫຍ່ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ນາງ ສີພອນຄຳ ດວງດາລາ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວເວີນ ຈຳກັດ.

ການຮ່ວມມືໃນຄັ້ງນີ້, ທັງສອງບໍລິສັດມີເປົ້າໝາຍທີ່ຈະຈຳໜ່າຍຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ແບບຄົບວົງຈອນ ໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ໃນນະຄອນຫຼວງວຽງຈັນ ລວມທັງສູນວາງສະແດງສິນຄ້າໄອເຕັກ(ITECC) ແລະ ຫ້າງສັບພະສິນຄ້າ ITECC ເພື່ອຮັບປະກັນໃຫ້ຜູ້ບໍລິໂພກ ເຂົ້າເຖິງຜະລິດຕະພັນທີ່ມີຄຸນນະພາບລະດັບສາກົນ, ພ້ອມກັບການບໍລິການທີ່ເປັນເລີດ ແລະ ສະດວກສະບາຍ.

ໃນພິທີ ທ່ານ ເຮນຣິກ ຈູລ ແອນເດີແຊນ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືນີ້ວ່າ: ການຮ່ວມມືກັບບໍລິສັດ ລາວເວີນ ຈຳກັດ ຊຶ່ງເປັນບໍລິສັດຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການຂອງ ສປປ ລາວ ແມ່ນການສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນໃນການມອບຄວາມເປັນເລີດ ແລະ ປະສົບການໃໝ່ໆໃຫ້ແກ່ຜູ້ບໍລິໂພກ. ບໍລິສັດ ເບຍລາວ ຈຳກັດ ແລະ ບໍລິສັດ ລາວເວີນ ຈຳກັດ ໄດ້ມີການຮ່ວມມືກັນມາເປັນເວລາດົນນານແລ້ວ ແລະ ໃນມື້ນີ້ ພວກເຮົາໄດ້ຍົກລະດັບການຮ່ວມມືຂຶ້ນອີກ. ສຳລັບ ບໍລິສັດ ເບຍລາວ ຈຳກັດ ການຮ່ວມມືນີ້ເປັນໂອກາດໃນການຂະຫຍາຍຕະຫຼາດ ໂດຍຜ່ານເຄືອຂ່າຍຮ້ານຄ້າຂາຍຍ່ອຍ ແລະ ລູກຄ້າຂອງ ບໍລິສັດ ລາວເວີນ ຈຳກັດ ແລະ ທີ່ສຳຄັນຄືການຍົກລະດັບການບໍລິການ ແກ່ຜູ້ບໍລິໂພກທີ່ເຂົ້າມາໃຊ້ບໍລິການຢູ່ພາຍໃນ ໄອເຕັກ. ພວກເຮົາຕ້ອງການໃຫ້ຜູ້ເຂົ້າມາໃຊ້ບໍລິການ ບໍ່ພຽງແຕ່ເຂົ້າເຖິງຜະລິດຕະພັນເຄື່ອງດື່ມ ແລະ ເຂົ້າໜົມທີ່ມີຄຸນນະພາບຂອງພວກເຮົາ ແຕ່ຍັງໄດ້ຮັບປະສົບການທີ່ມີຊີວິດຊີວາ, ມີຄວາມໜ້າຕື່ນເຕ້ນ ແລະ ການບໍລິການທີ່ປະທັບໃຈ.

ທ່ານ ນາງ ສີພອນຄຳ ດວງດາລາ ໄດ້ກ່າວວ່າ: ບໍລິສັດ ລາວເວີນ ຈຳກັດ ມີຄວາມພູມໃຈທີ່ໄດ້ເປັນຜູ້ນຳໜ້າ ດ້ານຂະແໜງການຄ້າ ແລະ ການບໍລິການ ຊຶ່ງມາພ້ອມວິໄສທັດທີ່ຍາມໃດກໍຢຶດຖືວຽກງານສົ່ງເສີມເສດຖະກິດ ໃຫ້ເຕີບໃຫຍ່ຂະຫຍາຍຕົວເປັນຫຼັກ ແລະ ຍົກລະດັບຄວາມເປັນເລີດໃນວຽກງານດ້ານການບໍລິການ ເພື່ອຕອບສະໜອງຕະຫຼາດທັງພາຍໃນ ແລະ ສາກົນ. ການຮ່ວມມືກັບ ບໍລິສັດ ເບຍລາວ ຄັ້ງນີ້, ເປັນຂີດໝາຍສຳຄັນ ທີ່ໄດ້ນຳເອົາຜູ້ນຳຂອງທັງສອງອຸດສາຫະກຳມາຮ່ວມມືກັນ ເພື່ອເປົ້າໝາຍທີ່ຈະປ່ຽນແປງ ແລະ ມອບປະສົບການທີ່ດີຍິ່ງຂຶ້ນໃຫ້ແກ່ລູກຄ້າ ໂດຍພວກເຮົາຈະມອບສິນຄ້າທີ່ມີຄຸນນະພາບ ແລະ ໄດ້ຮັບມາດຕະຖານສາກົນ ຄຽງຄູ່ກັບການບໍລິການທີ່ເປັນເລີດໃຫ້ແກ່ລູກຄ້າທີ່ເຂົ້າມາທ່ຽວຊົມ ສູນວາງສະແດງສິນຄ້າໄອເຕັກແລະ ສູນການຄ້າໄອເຕັກ.

ການຮ່ວມດັ່ງກ່າວ ຈະເຮັດໃຫ້ຜະລິດຕະພັນຂອງ ບໍລິສັດ ເບຍລາວ ຈຳກັດ ມີຄວາມໂດດເດັ່ນຍິ່ງຂຶ້ນ ໃນພື້ນທີ່ໃຫ້ບໍລິການຂອງ ບໍລິສັດ ລາວເວີນ ຈຳກັດ ເພື່ອຍົກລະດັບທາງເລືອກໃນການດຳລົງຊີວິດໃຫ້ກັບຜູ້ບໍລິໂພກທັງພາຍໃນ ແລະ ຕ່າງປະເທດ ຊຶ່ງສອດຄ່ອງກັບວິໄສທັດຂອງທັງສອງບໍລິສັດ ທີ່ໄດ້ໃຫ້ຄວາມສຳຄັນໃນການສົ່ງເສີມສິນຄ້າທ້ອງຖິ່ນ ທີ່ໄດ້ມາດຕະຖານສາກົນ ແລະ ການສ້າງສະພາບແວດລ້ອມທີ່ເນັ້ນລູກຄ້າເປັນສູນກາງ.

(ແຫຼ່ງຂ່າວ: ຂປລ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ເຮືອນັນຕະໄຊ ຈາກແຂວງສະຫວັນນະເຂດ ປ້ອງກັນແຊ້ມໄດ້ຕໍ່ເນື່ອງໃນງານບຸນຊ່ວງເຮືອ ປະຈຳປີ 2025 ທີ່ເມືອງສາລະວັນ

ງານບຸນຊ່ວງເຮືອ ປະຈໍາປີ 2025 ທີ່ເມືອງສາລະວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 6-7 ກັນຍານີ້, ເປັນການແຂ່ງຂັນແບບເປີດກວ້າງ ມີເຮືອເຂົ້າຮ່ວມທັງພາຍໃນ ແລະ ຕ່າງເມືອງ, ຕ່າງແຂວງ, ມີທັງໝົດ 39 ລຳ, 64 ຄະນະ, ແບ່ງອອກເປັນ 2 ສາຍຄື: ເຮືອປະເພນີພາຍໃນເມືອງມີ: ເຮືອ 12 ສີພາຍ (ຊາຍ-ຍິງ) ແລະ 25-29 ສີພາຍ (ຊາຍ-ຍິງ), ສາຍເປີດກ້ວາງຕ່າງເມືອງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດມີ: ເຮືອ 12 ສີພາຍ (ຊາຍ-ຍິງ), 25-29 ສີພາຍ (ຊາຍ-ຍິງ) ແລະ ຮຸ່ນ 35 ສີພາຍຊາຍ. ໃນປີນີ້, ໄດ້ວາງເງິນລາງວັນສູງເຖີງ 300 ລ້ານກວ່າກີບ.
ບໍລີສັດ ຢຸນນານ ຈົງເຊິນມ່າຍນິ້ງລາວ ຈຳກັດຜູ້ດ່ຽວ ມອບເງິນຊ່ວຍເຫຼືອໃຫ້ແຂວງຜົ້ງສາລີ.

ບໍລີສັດ ຢຸນນານ ຈົງເຊິນມ່າຍນິ້ງລາວ ຈຳກັດຜູ້ດ່ຽວ ມອບເງິນຊ່ວຍເຫຼືອໃຫ້ແຂວງຜົ້ງສາລີ.

ໃນວັນທີ 6 ກັນຍາຜ່ານມາ, ບໍລິສັດ ຢຸນນານ ຈົງເຊິນ ມ່າຍນິ້ງລາວ ຈຳກັດຜູ້ດ່ຽວ ໄດ້ນໍາເອົາເງິນຈຳນວນ 300.000.000 ກີບ ມາມອບໃຫ້ແຂວງຜົ້ງສາລີເພື່ອປະກອບສ່ວນສະໜັບສະໜູນເຂົ້າໃນການກະກຽມກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງຜົ້ງສາລີ ຄັ້ງທີ Xll ທີຈະເປີດຂຶ້ນ ໃນທ້າຍເດືອນກັນຍານີ້
ຄະນະຜູ້ແທນແມ່ຍິງລາວ ວາງພວງມາລາຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ຄະນະຜູ້ແທນແມ່ຍິງລາວ ວາງພວງມາລາຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX

ຂປລ. ໃນຕອນເຊົ້າວັນທີ 8 ກັນຍາ ນີ້, ຄະນະຜູ້ແທນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 8-10 ກັນຍາ 2025 ໄດ້ເຂົ້າວາງພວງມະລາ ຢູ່ອະນຸສາວະລີນັກຮົບນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ ຢູ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ ແລະ ຢູ່ອະນຸສອນສະຖານປະທານ ສຸພານຸວົງ ຊຶ່ງນຳໂດຍ ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ພ້ອມຄະນະ.
ສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ

ສະເຫຼີມສະຫຼອງ ວັນສາກົນແຫ່ງການຮູ້ໜັງສື ຄົບຮອບ 59 ປີ

ພິທີສະເຫຼີມສະຫຼອງວັນສາກົນແຫ່ງການຮູ້ໜັງສືຄົບຮອບ 59 ປີ (8 ກັນຍາ 1966 – 8 ກັນຍາ 2025) ໄດ້ຈັດຂຶ້ນໃນວັນທີ 8 ກັນຍານີ້ ທີ່ສູນພັດທະນາການສຶກສານອກໂຮງຮຽນ, ໂດຍໃຫ້ກຽດເຂົ້າ ຮ່ວມຂອງ ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ບໍລິຫານການສຶກສາ,​ ວິທະຍາສາດ ແລະ ກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ
ກຸ່ມລົດວິບາກເມືອງປາກລາຍ ມອບອຸປະກອນການສຶກສາ-ກິລາໃຫ້ໂຮງຮຽນປະຖົມນາຄານ

ກຸ່ມລົດວິບາກເມືອງປາກລາຍ ມອບອຸປະກອນການສຶກສາ-ກິລາໃຫ້ໂຮງຮຽນປະຖົມນາຄານ

ກຸ່ມສະມາຄົມລົດວິບາກ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ສົມທົບກັບ ອົງການປົກຄອງເມືອງ ນຳເອົາເຄື່ອງຊ່ວຍເຫຼືອປະເພດອຸປະກອນການສຶກສາເຊັ່ນ: ປຶ້ມແບບຮຽນ, ເຄື່ອງກິລາ, ຊຸດນັກຮຽນ, ເຂົ້າໜົມ ພ້ອມດວ້ຍເງິນສົດຈາກກຸ່ມລົດວິບາກ ເມືອງແກ່ທ້າວຈໍານວນ 3 ລ້ານກີບ ມອບໃຫ້ກັບນ້ອງໆນັກຮຽນດຄູອາຈານ ໂຮງຮຽນປະຖົມສົມບູນນາຄານ ລວມມູນຄ່າ 10 ລ້ານກວ່າກີບ. ພ້ອມດຽວກັນນີ້ ກໍຍັງມີອົງການປົກຄອງເມືອງ ຮວ່ມກັບ ຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ມອບຄອມພິວເຕີ້ 1ຊຸດໃຫ້ໂຮງຮຽນດັ່ງກ່າວ ມູນຄ່າ 3,500,000 ກີບ, ຕາງໜ້າກ່າວມອບໂດຍ ທ່ານ ສີວິໄລ ສຸນາເຄນປະທານກຸ່ມສະມາຄົມລົດວິບາກ ເມືອງປາກລາຍ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ສະໄໝ ວິໄລພອນ ຜູ້ອຳນວຍການໂຮງຮຽນປະຖົມສົມບູນນາຄານ.
ເມືອງພຽງ ຈັດພິທີປະກາດການສ້າງຕັ້ງສູນບໍລິການຜ່ານປະຕູດຽວ

ເມືອງພຽງ ຈັດພິທີປະກາດການສ້າງຕັ້ງສູນບໍລິການຜ່ານປະຕູດຽວ

ເມືອງພຽງ ແຂວງໄຊຍະບູລີ ຈັດພິທີປະກາດການສ້າງຕັ້ງສູນບໍລິການຜ່ານປະຕູດຽວຂອງເມືອງຂຶ້ນໃນວັນທີ 5 ກັນຍານີ້ ທີ່ຫ້ອງປະຊຸມຂອງເມືອງໂດຍການເປັນປະທານຂອງທ່ານ ຄໍາພັນ ຄໍາພູບົວ ປະທານຄະນະກໍາມະການປົກຄອງເມືອງພຽງ.
ກະຊວງ ປກສ ປະກາດນາຍຕຳຫຼວດຂັ້ນສູງພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ກະຊວງ ປກສ ປະກາດນາຍຕຳຫຼວດຂັ້ນສູງພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດອະນຸມັດນາຍຕຳຫຼວດຂັ້ນສູງອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງນາຍຕຳຫຼວດຂັ້ນນຳພາ-ບັນຊາຂອງກະຊວງປ້ອງກັນຄວາມສະຫງົບ (ປກສ) ຈັດຂຶ້ນໃນວັນທີ 2 ກັນຍານີ້ ພາຍໃຕ້ການເປັນ ເປັນປະທານຂອງສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີບັນດາຮອງລັດຖະມົນຕີ, ຄະນະປະຈໍາພັກ-ຄະນະພັກກະຊວງ ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປສສ ເຜີຍແຜ່ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ

ສປສສ ເຜີຍແຜ່ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ

ສານປະຊາຊົນສູງສຸດ(ສປສສ) ໄດ້ຈັດກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປັບປຸງ ປີ2024 ໃນວັນທີ 2 ກັນຍາ 2025,ທີ ສປສສ ພາຍໃຕ້ການເປັນປະທານຂອງທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ ຊຶ່ງມີ ບັນດາຫົວໜ້າຄະນະສານ ຜູ້ພິພາກສາ ຈ່າສານ ແລະ ພະນັກງານວິຊາການເຂົ້າຮ່ວມ.
ປິດກອງປະຊຸມວຽກງານ 3 ສ້າງຂະແໜງ ຍທຂ

ປິດກອງປະຊຸມວຽກງານ 3 ສ້າງຂະແໜງ ຍທຂ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ (3 ສ້າງ) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປິດລົງໃນວັນທີ 2 ກັນຍານີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ ໂດຍການເປັນປະທານກ່າວປິດ ຂອງທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ, ມີຮອງລັດຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຫຼາຍພາກສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II

ຫຼາຍພາກສ່ວນ ຊຸກຍູ້ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II

ໃນວັນທີ 2 ກັນຍາຜ່ານມາ ຢູ່ທີ່ຫ້ອງຮັບຮອງຫ້ອງວ່າການແຂວງໄຊສົມບູນ ບັນດາບໍລິສັດໄດ້ມອບເງິນສະໜັບສະໜູນ ກອງປະຊຸມໃຫຍ່ຂອງອົງຄະນະພັກ ແຂວງໄຊສົມບູນ ຄັ້ງທີ II ທີ່ຈະໄຂຂຶ້ນໃນມໍ່ໆນີ້, ໂດຍຕາງໜ້າມອບຈາກ 6 ບໍລິສັດກ່າວມອບ ແລະ ກ່າວຮັບໂດຍທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ